ໃນຕອນບ່າຍຂອງວັນທີ 4 ເມສາ 2023 ເວລາ 13:30 ນາທີ ຢູ່ທີ່ຫ້ອງ Lecture ຂອງວິທະຍາໄລເຕັກນິກປາກປ່າສັກ ໄດ້ມີພິທີໂຮມຊຸມນຸມເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ເຊິ່ງມີເນື້ອໃນກອງປະຊຸມຄື:1. ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ(14ເມສາ1955-14ເມສາ2023).2. ຜ່ານບົດສະຫຼຸບການປະເມີນ4ບຸກປະຈຳປີ2022 ຂອງຄະນະຊາວໜຸ່ມຮາກຖານ.3. ຜ່ານເອກະສານຂອບແນວຄວາມຄິດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດພາຍໃນຂະແໜງການສຶກສາ.ເຊິ່ງໃນກອງປະຊຸມອັນມີຄວາມໝາຍຄວາມສຳຄັນໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ກາລະຄອນ ພູມີນິດ ຮອງເລຂາຄະນະພັກຮາກຖານ ຮອງຜູ້ອຳນວຍການວິທະຍາໄລ, ທ່ານ ດວງດີ ສີລິບາງ ຄະນະພັກຮາກຖານ ຮອງຜູ້ອຳນວຍການວິທະຍາໄລ ແລະ ທ່ານ ສາຄອນ ອຳຄາວົງ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານວິທະຍາໄລ.