1.1. ໜ້າທີ່ ແລະ ຄວາມຮັບຜິດຊອບ:
- ຄຸ້ມຄອງນັກສຶກສາທັງໜົດ
- ຄຸ້ມຄອງວຽກງານເຄື່ອນໄຫວນອກຫລັກສູດ ( ກິລາ, ຂ່າວສານ, ສິລະປະວັນນະຄະດີ, ນິທັດສະການຕ່າງໆ ແລະ ວຽກງານສະໂມສອນ ).
- ຄຸ້ມຄອງວຽກງານສະຫວັດດີການ ຂອງນັກຮຽນ – ນັກສຶກສາ
- ຄຸ້ມຄອງລະບົບການຕິດຕາມອາດີດນັກສຶກສາ.
- ໃຫ້ຄຳແນະນຳວິຊາຊີບແກ່ນັກຮຽນ ມ. ຕົ້ນ ແລະ ມ. ປາຍກໍຄືກຸ່ມເປົ້າໝາຍທີ່ສົນໃຈທີ່ຢາກຮຽນວິຊາຊີບ
- ໃຫ້ຄຳແນະນຳກ່ຽວກັບການປະກອບອາຊີບ ແລະ ການຊອກວຽກເຮັດງານທຳໃຫ້ແກ່ຜູ້ຮຽນຈົບ
- ຄຸ້ມຄອງວຽກງານຫໍພັກ – ຫໍອາຫານ
- ຈັດຕັ້ງນັກຮຽນ – ນັກສຶກສາປ້ອງກັນເວນຍາມ.
1.2. ໂຄງປະກອບການຈັດຕັ້ງ:
- ໜ່ວຍງານຄຸ້ມຄອງນັກສຶກສາ ແລະ ຕິດຕາມຜູ້ຮຽນຈົບ
- ໜ່ວຍງານກິດຈະກຳນອກຫລັກສູດ
- ໜ່ວຍງານແນະນຳວິຊາຊີບ ແລະ ໃຫ້ຄຳປຶກສາດ້ານວຽກເຮັດງານທຳ – ໜ່ວຍງານຄຸ້ມຄອງຫໍພັກ – ຫໍອາຫານ
1.3. ໂຄງປະກອບບຸກຄະລາກອນ:
- ທ່ານ ສົມລິດ ສີສົມບັດ ຫົວໜ້າພະແນກ
- ທ່ານ ສາຄອນ ອຳຄາວົງ ຮອງຫົວໜ້າພະແນກ
- ທ່ານ ນ ຄອນຄຳ ວິລິວົງ ຮອງຫົວໜ້າພະແນກ
- ທ່ານ ນ ແພດສະຫວັນ ຮອງຫົວໜ້າພະແນກ
- ທ່ານ ຈັນສະໄໜ ວິໄລທອງ ພະນັກງານວິຊາການ
- ທ່ານ ໄລ ຄອນພະຈິດ ພະນັກງານວິຊາການ
- ທ່ານ ເອເລັກຕອນ ພົມມະຈັນ ພະນັກງານວິຊາການ
- ທ່ານ ນ. ແພງພັນ ພະນັກງານວິຊາການ
- ທ່ານ ນ. ຄຳກ້ຽງ ທິບມະນີ ພະນັກງານວິຊາການ
ໂຄງຮ່າງການຈັດຕັ້ງ ພະແນກກິດຈະການນັກສຶກສາ
