ກ່ຽວກັບພວກເຮົາ

About Us

ວິທະຍາໄລເຕັກນິກປາກປ່າສັກ, ກ່ອນໜ້ານີ້ເປັນໂຮງຮຽນການຊ່າງປາກປ່າສັກ, ສ້າງຕັ້ງຂື້ນແຕ່ປີ 1936 ເປັນສູນຝຶກອົບຮົມວິຊາຊີບ ແລະ ກໍ່ສ້າງນາຍຊ່າງສີມືແຫ່ງທຳອິດໃນປະເທດລາວ  ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວໂຮງຮຽນແຫ່ງນີ້ ໄດ້ສືບຕໍ່ສ້າງບຸກຄະລາກອນທີ່ ຊຳນານງານຫລາຍດ້ານເຊັ່ນ:  ຊ່າງສ້ອມແປງລົດຍົນ, ຊ່າງຈັກກົນ,  ຊ່າງໂລຫະກຳວິທະຍາ,  ຊ່າງກໍ່ສ້າງເຄຫາສະຖານ,  ຊ່າງໄມ້,  ຊ່າງຕັດຫຍິບ,  ຊ່າງປຸງແຕ່ງອາຫານ,  ຊ່າງສ້ອມແປງວິທະຍຸໂທລະພາບ ແລະ ຄຸ້ມຄອງທຸລະກິດ ພ້ອມກັນນັ້ນກໍມີການ ພັດທະນາຂະຫຍາຍຕົວຫລອດມາ, ຈົນມາຮອດວັນທີ 13/08/ 2009 ເຖີງປັດຈຸບັນ ໄດ້ມີການພັດທະນາຍົກລະດັບເປັນ ວິທະຍາໄລເຕັກນິກປາກປ່າສັກ ປະຈຸບັນປະກອບມີ 3 ພະແນກເສນາທິການ, 5 ພາກວິຊາ, 1 ສູນ, ລວມມີ 20 ສາຂາວິຊາສະເພາະ ແລະ ມີນັກຮຽນ – ນັກສຶກສາປະມານ 3 000 ກວ່າຄົນ.

Pakpasak Effect - Studio

Statistics
130
All Teacher
57
Women
2,482
All Students
572
Students in the plan
ຂ່າວໃໝ່ລ້າສຸດ

Latest News